Lao

Lao - ພາສາລາວ

ກ່ຽວກັບ

ຊາວອາເມຣິກາເຊື້ອສາຍອາຊີແມ່ນປະຊາກອນທີ່ເຕີບໂຕໄວທີ່ສຸດໃນຈໍເຈຍ ແລະ ຍັງເປັນໜຶ່ງໃນຊຸມຊົນທີ່ຖືກນັບຕໍ່າກວ່າຈຳນວນຈິງ, ໂດຍສະເພາະກ່ຽວກັບເດັກນ້ອຍ, ຜູ້ສູງອາຍຸ ແລະ ຄົວເຮືອນຫຼາຍຄອບຄົວ. ອົງການສົ່ງເສີມຄວາມຍຸຕິທຳທີ່ກ້າວໜ້າຂອງຊາວອາເມຣິກາເຊື້ອສາຍອາຊີ ແອັດລັນຕາ (Asian Americans Advancing Justice – Atlanta, AAAJ-Atlanta) ແລະ ສູນການບໍລິການຊຸມຊົນອາຊີທັງໝົດ (Center for Pan Asian Community Services, Inc., CPACS) ໄດ້ສ້າງການນັບຈຳນວນປະຊາກອນທີ່ຄົບຖ້ວນຂອງຊາວອາເມຣິກາເຊື້ອສາຍອາຊີ ແລະ ຊາວເກາະປາຊິຟິກໃນລັດຈໍເຈຍ (Georgia AAPI (Asian American and Pacific Islanders) Census Complete Count (CCC))” ຂຶ້ນມາເພື່ອເຕົ້າໂຮມຜູ້ນຳຂອງກຸ່ມຊາວອາເມຣິກາເຊື້ອສາຍອາຊີຕ່າງໆຜູ້ທີ່ຈະດຳເນີນການສຶກສາອົບຮົມ ແລະ ການໃຫ້ບໍລິການສຳລັບການສຳຫຼວດປະຊາກອນປີ 2020 ໃນຊຸມຊົນຊົນເຜົ່າສະເພາະຂອງເຂົາເຈົ້າ, ລວມທັງຊຸມຊົນອາຣັບ, ຕາເວັນອອກກາງ, ມຸດສະລິມ ແລະ ອາຊີໃຕ້ (Arab, Middle Eastern, Muslim and South Asian, AMEMSA). ເປົ້າໝາຍຂອງ CCC ແມ່ນເພື່ອແບ່ງປັນຊັບພະຍາກອນ ແລະ ສ້າງພື້ນທີ່ສຳລັບຄວາມພະຍາຍາມປະສານງານ ໃນເວລາທີ່ພວກເຂົາຂະຫຍາຍການໂຄສະນາເຜີຍແຜ່ຂະໜາດໃຫຍ່ເພື່ອໄດ້ຮັບຈຳນວນ AAPI ສໍາລັບການສຳຫຼວດພົນລະເມືອງປີ 2020.

ຂໍ້ມູນການສຳຫຼວດພົນລະເມືອງສຳຄັນທີ່ສຸດສຳລັບການຮັບປະກັນການໃຫ້ທຶນຫຼາຍກວ່າ $675 ຕື້ແກ່ລັດຖະບານຂັ້ນລັດ ແລະ ທ້ອງຖິ່ນຕໍ່ປີໃນຕະຫຼອດສິບປີຕໍ່ໄປ. ນີ້ລວມມີການໃຫ້ທຶນສຳລັບໂຄງການສຸຂະພາບ, ການວາງແຜນ ແລະ ການກໍ່ສ້າງທາງຫຼວງ ແລະ ການໃຫ້ທຶນສຳລັບໂຄງການການສຶກສາ. ການສຳຫຼວດພົນລະເມືອງມີຜົນກະທົບສຳຄັນຕໍ່ກັບທຸລະກິດ, ອົງການບໍ່ຫວັງຜົນກຳໄລ ແລະ ຂະແໜງການອື່ນໆ ເພາະວ່າຂໍ້ມູນນີ້ຖືກໃຊ້ໂດຍນັກພັດທະນາ ແລະ ຜູ້ໃຫ້ທຶນເພື່ອສະໜັບສະໜູນການລົງທຶນຕ່າງໆຢູ່ໃນຊຸມຊົນ. ການສຳຫຼວດພົນລະເມືອງແມ່ນຈຳເປັນຕ້ອງໄດ້ເຮັດອີງຕາມລັດຖະທຳມະນູນເພື່ອຮັບປະກັນການກະຈາຍບ່ອນນັ່ງຢ່າງຍຸຕິທຳໃນສະພາຜູ້ແທນລາດຊະດອນຂອງສະຫະລັດ ແລະ ຈະຖືກໃຊ້ໃນການແບ່ງເຂດໃໝ່ໃນລະດັບທ້ອງຖິ່ນ, ລັດ ແລະ ປະເທດ. ສະນັ້ນ, ຈຳນວນຄົນອາເມຣິກາເຊື້ອສາຍອາຊີທີ່ຖືກຕ້ອງໃນລັດຈໍເຈຍຈິ່ງສຳຄັນຢ່າງຍິ່ງໃນການຮັບປະກັນໃຫ້ຊຸມຊົນຂອງພວກເຮົາສືບຕໍ່ສ້າງອຳນາດ ແລະ ການຈະເລີນເຕີບໂຕຢູ່ທີ່ນີ້ໃນຕະຫຼອດສິບປີຕໍ່ໄປ.

ຄົວເຮືອນສາມາດເຂົ້າຮ່ວມການສຳຫຼວດພົນລະເມືອງປີ 2020 ທາງອອນລາຍ, ທາງໂທລະສັບ ຫຼື ຜ່ານການສຳຫຼວດແບບໃຊ້ເຈ້ຍໄດ້ ໂດຍເລີ່ມແຕ່ເດືອນມີນາ 2020 ເປັນຕົ້ນໄປ.

 

ຊັບ​ພະ​ຍາ​ກອນ